Explore

IT’S TIME TO

ຄວາມສວຍສົດງົດງາມຂອງພູຫລັງຫລວງ,ເມືອງຈຳປາສັກ, ແຂວງຈຳປາສັກ,ຍັງເປັນຈຸດຫມາຍປາຍທາງຫນື່ງທີ່ນັກທ່ອງທ່ຽວທັງພາຍໃນແລະຕ່າງປະເທດທີ່ຕ້ອງການຂື້ນໄປສຳຜັດບັນຍາກາດ,ການເດີນທາງຂ້ອນຂ້າງລຳບາກ(ຍ່າງຂື້ນພູປະມານ5-6ຊົວໂມງ)ຕາມເສັ້ນທາງເກືອມ90%ແມ່ນຍ່າງໃນປ່າໄມ້ທີ່ຍັງມີຄວາມອຸດົມສົມຫລາຍ,ມີສັດປ່າທັງນ້ອຍແລະໃຫຍ່ເຊັ່ນ:ຫມູປ່າ,ຟານ,ເສືອດາວແລະຫມີ.... (ເຫັນແຕ່ຮອຍ)ການເດີນທາງຄັ້ງນີ້ຖືວ່າເຫມື່ອຍພໍສົມຄວນເພາະພວກເຮົາໄປເກັບຮູບພາບນຳກັນ5ຄົນໃຊ້ເວລາ2ວັນ1ຄືນ(ຄົນທີ່ແຂງແຮງສາມາດເຮັດໄດ້)ແຕ່ເຫມາະສົມທີ່ສຸດຄື3ວັນ2ຄືນ,ເຖິງຈະເຫມື່ອຍແຕ່ຈະຄຸ້ມຄ່າກັບການເດີນທາງຂອງພວກເຮົາ ແລະເປັນທຮີບທີ່ປະທັບໃຈອີກທຮີບຫນື່ງກໍ່ວ່າໄດ້.

Trekking Lung Luang